Australia

Czechia

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

United Arab Emirates

United Kingdom

Uzbekistan

ການສ້າງແບບຈໍາລອງຂໍ້ມູນອາຄານ (BMI)

pic_GIS_header_final2

ການສ້າງແບບຈໍາລອງຂໍ້ມູນອາຄານ (BMI)

ໄອແອລເອັຟ ຕໍ່ຍອດຈາກປະສົບການອັນຍາວນານ ດ້ວຍການອອກແບບໂຮງງານແບບປະສົມປະສານ ເພື່ອໃຊ້ປະໂຫຍດຈາກເຕັກໂນໂລຍີການສ້າງແບບຈຳລອງ 3ມິຕິ ເພີ່ມເຕີມ ສຳລັບການອອກແບບ, ການວິເຄາະ, ການຈຳລອງ ແລະ ການຈັດສົ່ງໂຄງການໂຄງສ້າງພື້ນຖານ

ຂະບວນການອອກແບບຂັ້ນສູງ ແລະວິສະວະກອນທີ່ຊ່ຽວຊານ ນຳໃຊ້ເທັກໂນໂລຍີທີ່ເໝາະສົມ ຊ່ວຍໃຫ້ໄອແອລເອັຟ ສາມາດສົ່ງມອບໂຄງການໂຄງສ້າງພື້ນຖານ ໂດຍໃຊ້ຂະບວນການ ການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ແລະບໍລິການດ້ານວິສະວະກຳທີ່ມີຄຸນນະພາບສູງກວ່າ.

ໄອແອລເອັຟ ໃຫ້ບໍລິການ ການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ໃນທຸກຂັ້ນຕອນຂອງຂະບວນການອອກແບບ:

ການສ້າງແບບຈໍາລອງ 3 ມິຕິ 

  • ແບບຈໍາລອງ 3ມິຕິ ແບບອັດສະລິຍະ ແລະພາຣາມິເຕີ
  • ການວິເຄາະດ້ານວິສະວະກໍາໃນການດຳເນີນການກັບແບບຈຳລອງ
  • ປະສານງານລະຫວ່າງເອກະສານການກໍ່ສ້າງ
  • ການປະສານງານທາງພື້ນທີ່ລະຫວ່າງສາຂາວິຊາ
  • ການແກ້ໄຂຂໍ້ຂັດແຍ່ງ / ການປະທະກັນຢ່າງມີປະສິດທິຜົນກ່ອນການກໍ່ສ້າງ
  • ເອກະສານ 2 ມິຕິ ທີ່ໄດ້ມາຈາກແບບຈຳລອງ 3 ມິຕິ

ລວມເວລາ ແລະ ຕົ້້ນທຶນ 4ມິຕິ / 5ມິຕິ ເຂົ້າດ້ວຍກັນ

ໃຊ້ແບບຈຳລອງ 3ມິຕິ ແລະ ຕາຕະລາງໂຄງການເພື່ອແກ້ໄຂບັນຫາການກໍ່ສ້າງ, ປັບປຸງການປະສານງານ, ແລະ ຮັບປະກັນການສົ່ງມອບຕົງເວລາ.

  •  ຕາຕະລາງການຄັດສັນຈາກແບບຈຳລອງ
  • ການນຳປະລິມານອອກສໍາລັບການຄາດຄະເນຕົ້ນທຶນ
  •  ກອບເວລາແບບຈຳລອງ ແລະ ໂຄງການສໍາລັບການຈໍາລອງລໍາດັບການກໍ່ສ້າງ
  • ການກວດສອບຂໍ້ຂັດແຍ້ງໃນລະຫວ່າງການຈໍາລອງລໍາດັບ

ບໍລິການເພີ່ມເຕີມ

  •  ປ່ຽນອາຄານ/ໂຄງສ້າງທີ່ມີຢູ່ແລ້ວ ຈາກຮູບແຕ້ມ 2 ມິຕິ ຫຼື ການສະແກນດ້ວຍເລເຊີ/ຈຸດໝອກ ໃຫ້ເປັນແບບຈຳລອງ 3 ມິຕິອັດສະລິຍະ
  •  ຊ່ວຍເຫຼືອລູກຄ້າໃນການກໍານົດຂໍ້ກຳນົດຂອງໂຄງການສ້າງແບບຈໍາລອງຂໍ້ມູນອາຄານ (BMI)
  • ກໍານົດຂະບວນການ, ໂຄງສ້າງຂໍ້ມູນ, ຮູບແບບການຈັດສົ່ງ, ແລະອື່ນໆ, ຕາມຄວາມຕ້ອງການຂອງລູກຄ້າໃນລະຫວ່າງຂັ້ນຕອນການວາງແຜນ, ການກໍ່ສ້າງ ແລະ ໄລຍະການດໍາເນີນງານ
  • ໃຫ້ບໍລິການຜູ້ປະສານງານການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ສໍາລັບລູກຄ້າເຊັ່ນ: ເຮັດໜ້າທີ່ເປັນຜູ້ຈັດການຂໍ້ມູນສໍາລັບລູກຄ້າ ເພື່ອຮັບປະກັນການຈັດສົ່ງ ແບບຈໍາລອງຂໍ້ມູນອາຄານ (BMI) ໃຫ້ສຳເລັດໄດ້.
  • ພັດທະນາເຄື່ອງມື ສໍາລັບວຽກທີ່ກ່ຽວຂ້ອງກັບແບບຈຳລອງໂດຍອັດຕະໂນມັດ ຜ່ານການສະຄິບພາບສໍາລັບການປັບແບບຈຳລອງ ລວມເຸຸຖິງການປ້ອນຂໍ້ມູນ ແລະ ການສະແດງຜົນ
pic_BIM_general
pic_BIM_3D
pic_BIM_4D_5D
pic_BIM_further
pic_BIM_further2
pic_BIM_further3
Hello UptimeRobot