ການສ້າງແບບຈໍາລອງຂໍ້ມູນອາຄານ (BMI)
ໄອແອລເອັຟ ຕໍ່ຍອດຈາກປະສົບການອັນຍາວນານ ດ້ວຍການອອກແບບໂຮງງານແບບປະສົມປະສານ ເພື່ອໃຊ້ປະໂຫຍດຈາກເຕັກໂນໂລຍີການສ້າງແບບຈຳລອງ 3ມິຕິ ເພີ່ມເຕີມ ສຳລັບການອອກແບບ, ການວິເຄາະ, ການຈຳລອງ ແລະ ການຈັດສົ່ງໂຄງການໂຄງສ້າງພື້ນຖານ
ຂະບວນການອອກແບບຂັ້ນສູງ ແລະວິສະວະກອນທີ່ຊ່ຽວຊານ ນຳໃຊ້ເທັກໂນໂລຍີທີ່ເໝາະສົມ ຊ່ວຍໃຫ້ໄອແອລເອັຟ ສາມາດສົ່ງມອບໂຄງການໂຄງສ້າງພື້ນຖານ ໂດຍໃຊ້ຂະບວນການ ການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ແລະບໍລິການດ້ານວິສະວະກຳທີ່ມີຄຸນນະພາບສູງກວ່າ.
ໄອແອລເອັຟ ໃຫ້ບໍລິການ ການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ໃນທຸກຂັ້ນຕອນຂອງຂະບວນການອອກແບບ:
ການສ້າງແບບຈໍາລອງ 3 ມິຕິ
- ແບບຈໍາລອງ 3ມິຕິ ແບບອັດສະລິຍະ ແລະພາຣາມິເຕີ
- ການວິເຄາະດ້ານວິສະວະກໍາໃນການດຳເນີນການກັບແບບຈຳລອງ
- ປະສານງານລະຫວ່າງເອກະສານການກໍ່ສ້າງ
- ການປະສານງານທາງພື້ນທີ່ລະຫວ່າງສາຂາວິຊາ
- ການແກ້ໄຂຂໍ້ຂັດແຍ່ງ / ການປະທະກັນຢ່າງມີປະສິດທິຜົນກ່ອນການກໍ່ສ້າງ
- ເອກະສານ 2 ມິຕິ ທີ່ໄດ້ມາຈາກແບບຈຳລອງ 3 ມິຕິ
ລວມເວລາ ແລະ ຕົ້້ນທຶນ 4ມິຕິ / 5ມິຕິ ເຂົ້າດ້ວຍກັນ
ໃຊ້ແບບຈຳລອງ 3ມິຕິ ແລະ ຕາຕະລາງໂຄງການເພື່ອແກ້ໄຂບັນຫາການກໍ່ສ້າງ, ປັບປຸງການປະສານງານ, ແລະ ຮັບປະກັນການສົ່ງມອບຕົງເວລາ.
- ຕາຕະລາງການຄັດສັນຈາກແບບຈຳລອງ
- ການນຳປະລິມານອອກສໍາລັບການຄາດຄະເນຕົ້ນທຶນ
- ກອບເວລາແບບຈຳລອງ ແລະ ໂຄງການສໍາລັບການຈໍາລອງລໍາດັບການກໍ່ສ້າງ
- ການກວດສອບຂໍ້ຂັດແຍ້ງໃນລະຫວ່າງການຈໍາລອງລໍາດັບ
ບໍລິການເພີ່ມເຕີມ
- ປ່ຽນອາຄານ/ໂຄງສ້າງທີ່ມີຢູ່ແລ້ວ ຈາກຮູບແຕ້ມ 2 ມິຕິ ຫຼື ການສະແກນດ້ວຍເລເຊີ/ຈຸດໝອກ ໃຫ້ເປັນແບບຈຳລອງ 3 ມິຕິອັດສະລິຍະ
- ຊ່ວຍເຫຼືອລູກຄ້າໃນການກໍານົດຂໍ້ກຳນົດຂອງໂຄງການສ້າງແບບຈໍາລອງຂໍ້ມູນອາຄານ (BMI)
- ກໍານົດຂະບວນການ, ໂຄງສ້າງຂໍ້ມູນ, ຮູບແບບການຈັດສົ່ງ, ແລະອື່ນໆ, ຕາມຄວາມຕ້ອງການຂອງລູກຄ້າໃນລະຫວ່າງຂັ້ນຕອນການວາງແຜນ, ການກໍ່ສ້າງ ແລະ ໄລຍະການດໍາເນີນງານ
- ໃຫ້ບໍລິການຜູ້ປະສານງານການສ້າງແບບຈໍາລອງຂໍ້ມູນອາຄານ (BMI) ສໍາລັບລູກຄ້າເຊັ່ນ: ເຮັດໜ້າທີ່ເປັນຜູ້ຈັດການຂໍ້ມູນສໍາລັບລູກຄ້າ ເພື່ອຮັບປະກັນການຈັດສົ່ງ ແບບຈໍາລອງຂໍ້ມູນອາຄານ (BMI) ໃຫ້ສຳເລັດໄດ້.
- ພັດທະນາເຄື່ອງມື ສໍາລັບວຽກທີ່ກ່ຽວຂ້ອງກັບແບບຈຳລອງໂດຍອັດຕະໂນມັດ ຜ່ານການສະຄິບພາບສໍາລັບການປັບແບບຈຳລອງ ລວມເຸຸຖິງການປ້ອນຂໍ້ມູນ ແລະ ການສະແດງຜົນ
ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາຄລິກທີ່ນີ້: