Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ການເກັບຮັກສາພະລັງງານ

pic_energy_storage_new

ການເກັບຮັກສາພະລັງງານ

ການຫຼຸດຜ່ອນຕົ້ນທຶນຢ່າງກ້າວຫນ້າຂອງເຕັກໂນໂລຢີພະລັງງານໝຸນວຽນ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຄວາມຕ້ອງການແຫຼ່ງພະລັງງານໝຸນວຽນ (RESs) ໃນລະດັບໂລກ. ຢ່າງໃດກໍຕາມ, ລັກສະນະທີ່ບໍ່ຕໍ່ເນື່ອງຂອງ RESs , ເຮັດໃຫ້ເກີດບັນຫາການວາງແຜນເຄືອຂ່າຍ ແລະບັນຫາຄວາມສົມດຸນຂອງເຄືອຂ່າຍສໍາລັບຜູ້ປະກອບການລະບົບພະລັງງານ. ເພື່ອແກ້ໄຂຫາເຫຼົ່ານີ້ ຈໍາເປັນຕ້ອງມີໂຮງເກັບພະລັງງານແຫ່ງໃຫມ່.

ປະຈຸບັນ, ເຕັກໂນໂລຢີທີ່ຫລາກຫລາຍເຊັ່ນ: ລະບົບເກັບຮັກສາທາງກົນຈັກ, ຄວາມຮ້ອນ, ເຄມີ, ໄຟຟ້າເຄມີ, ແລະ ໄຟຟ້າ, ກໍາລັງດໍາເນີນການພັດທະນາຕື່ມອີກ ແລະ ກໍາລັງແຂ່ງຂັນໃນຕະຫຼາດອຸປະກອນເກັບຮັກສາພະລັງງານໄລຍະສັ້ນ, ກາງ ແລະ ໄລຍະຍາວ.

ໃນຂະນະທີ່ປໍ້າສູບນໍ້າຂຶ້ນໄປກັກເກັບໄວ້ໃນອ່າງເກັບນໍ້າ(PHS) ຍັງເປັນສ່ວນແບ່ງ 95% ຂອງຄວາມບັນຈຸຮັກສາທີ່ຕິດຕັ້ງໃນປະຈຸບັນ, ເຕັກໂນໂລຊີໄຟຟ້າ, ເຄມີໄຟຟ້າ ແລະກົນຈັກ, ເຊິ່ງກວມເອົາໄລຍະເວລາການເກັບຮັກສາທີ່ແຕກຕ່າງກັນ ແລະຄວາມຖີ່ຂອງການສະຫນອງພະລັງງານ, ກໍາລັງປະສົບກັບການເຕີບໂຕຢ່າງວ່ອງໄວ ແລະເຮັດຜົນຂອງລາຄາຫຼຸດລົງ.  ດ້ວຍຂໍ້ມູນອ້າງອິງທີ່ຫນ້າປະທັບໃຈທີ່ບັນທຶກເກັບກຳໃນໄລຍະສອງທົດສະວັດ, ໄອແອລເອັຟ ແມ່ນຫນຶ່ງໃນບັນດາຜູ້ສໍາຄັນໃນຕະຫຼາດກັກເກັບຮັກສາພະລັງງານນໍ້າແບບປໍ້າສູບນໍ້າ ເຊັ່ນດຽວກັນກັບໃນຕະຫຼາດເຕັກໂນໂລຍີເກີດໃໝ່ ເຊິ່ງ ໄອແອບເອັຟ ໃຊ້ປະສົບການອັນໃຫຍ່ຫຼວງຂອງຕົນໃນການຈັດການອາຍແກັສ ແລະການໃຊ້ງານດ້ານການຜະລິດພະລັງງານ.

ໄອແອລເອັຟ  ມີສ່ວນຮ່ວມໃນໂຄງການໝໍ້ເກັບໄຟຟ້າ ລີ-ໄອອອນ (Li-lon battery project) ທີ່ໃຫຍ່ທີ່ສຸດຈົນເຖິິງປະຈຸບັນສຳລັບການຄວບຄຸມຄວາມຖີ່, ຄວາມຕ້ອງການປ່ຽນ ແລະການລົດປະລິມານຄວາມຕ້ອງການໃຊ້ໄຟຟ້າ, ເຊັ່ນດຽວກັບໃນການວາງການວາງແຜນການສ້າງສິ່ງອຳນວຍຄວາມສະດວກດ້ານພະລັງງານໄຟຟ້າໄປສູ່ໄຮໂດຣເຈນທີ່ກ້າວໜ້າ. ໄອແອລເອັຟ ສະໜອງຊຸດການບໍລິການດ້ານວິສະວະກຳທີ່ຄົບຖ້ວນສົມບູນ, ຕັ້ງແຕ່ຊ້ວງເລີ່ມຕົ້ນຂອງການປະເມີນໂຄງການ, ການເລືອກວິທີແກ້ໄຂບັນຫາທີ່ເໝາະສົມທີ່ສຸດ, ໄປຈົນເຖິງການດຳເນີນໂຄງການ.

ນອກຈາກນີ້ ໄອແອລເອັຟ ຍັງມີປະສົບການໃນການພັດທະນາເຕັກໂນໂລຢີຕ່າງໆເຊັ່ນ: ການເກັບຮັກສາແຮງໂນ້ມຖ່ວງ ແລະການເກັບຮັກສາພະລັງງານທາງອາກາດຂອງແຫຼວ. ໄອແອລເອັຟ ໃຫ້ບໍລິການທັງໝົດທີ່ຈຳເປັນສໍາລັບການດໍາເນີນໂຄງການຈັດເກັບຮັກສາພະລັງງານຢ່າງປະສົບຜົນສໍາເລັດ.

ບໍລິການພິເສດສຳລັບໂຄງການເກັບຮັກສາພະລັງງານ:

  • ສຶກສາເຄືອຂ່າຍ (ຂະຫຍາຍເຄືອຂ່າຍທີ່ເໝາະສົມ, ການບູລະນະການເກັບຮັກສາພະລັງງານ ແລະ ອື່ນໆ)
  • ການຄວບຄຸມດູແລການທົດສອບການຍອມຮັບຂອງໂຮງງານ
  • ການກຳກັບດູແລລະຫວ່າງການທົດສອບແລະການວ່າຈ້າງງານ
Highlights

ຂົງເຂດຄວາມຊຳນານງານ:

  • ເຂື່ອນໄຟຟ້າແບບສູບນໍ້າທີ່ມີອ່າງເກັບນໍ້າສອງສ່ວນຄືອ່າງເກັບນໍ້າເທິ່ງແລະລຸ່ມ
  • ການເກັບຮັກສາພະລັງງານໄຟຟ້າແລະໄຟຟ້າເຄມີ
  • ການເກັບຮັກສາພະລັງງານເຄມີ
  • ການເກັບຮັກສາພະລັງງານຄວາມຮ້້ອນ
  • ການເກັບຮັກສາພະລັງງານກົນຈັກ
  • ການຜະລິດພະລັງງານທົດແທນ ແລະແບບດັ້ງເດີມ
  • ພະລັງງານສາຍສົ່ງ
  • ການວາງແຜນລະບົບພະລັງງານ (Plexos)
  • ຂະບວນການແຜ່ກະແສໄຟຟ້າໂດຍຕົງ
  • ການເກັບຮັກສາແກັສ
  • ສະຖານີເຕີມເຊື້ອໄຟນໄຮໂດຣເຈນ
  • ການແປງອາຍແກັສເປັນພະລັງງານ
diagram_energy-storage_web
Get in touch
laportagm

Gianmaria La Porta

Tel+49 / 89 / 25 55 94 - 0

For job applications and job-related questions, please contact jobs@ilf.com or the HR partner named within the job descriptions listed here: https://www.ilf.com/career/jobs/

Hello UptimeRobot