ພະລັງງານຄວາມຮ້ອນ
ໂຮງງານໄຟຟ້າທີ່ທັນສະໄໝທີ່ແລ່ນດ້ວຍເຊື້ອໄຟຟອສຊິວ (fossil fuels) ຫັນປ່ຽນແຫຼ່ງພະ ລັງງານຕົ້ນຕໍເຊັ່ນ: ຖ່ານຫີນ, ນໍ້າມັນ, ອາຍແກດສ໌, ສິ່ງເສດເຫຼືອຈາກອຸດສະຫະກຳ ແລະສິ່ງເສດເຫຼືອຂອງເທດສະບານເຂົ້າໃນຄວາມຮ້ອນ, ອາຍນໍ້າ ຫຼື ພະລັງງານໄຟຟ້າ.
ໄອແອລເອັຟໃຫ້ບໍໍໍລິການລູກຄ້າດ້ວຍຂອບເຂດການບໍລິການເຕັມຮູບແບບຈາກການສຶກສາຄວາມເປັນໄປໄດ້ຈົນເຖິງການເລີ່ມຕົ້ນ ແລະການວ່າຈ້າງ. ຕະຫຼອດໄປຈົນຈົບໂຄງການ, ໄອແອລເອັຟສະໜັບສະໜູນລູກຄ້າໃນການອອກແບບ ແລະຈັດຕັ້ງປະຕິບັດຂັ້ນຕອນທີ່ສຳຄັນແລະຈຳເປັນຕໍ່ຄວາມສຳເລັດຂອງໂຄງການ. ການບໍລິການເຫຼົ່ານີ້ລວມມີການສຶກສາຄວາມດຸໝັ່ນ, ໂດຍທົ່ວໄປ ແລະການບໍລິການຈັດການໂຄງການວິຊາການ, ການອອກແບບແນວຄິດ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ເອກະສານການຈັດຊື້, ການອອກແບບພື້ນຖານ ແລະລາຍລະອຽດ, ການຈັດຊື້ວັດສະດຸ, ການຈັດການສະຖານທີ່(ລວມທັງການຊີ້ນຳການກໍ່ສ້າງ), ການສຳເລັດໂຄງການ ແລະການເລີ່ມຕົ້ນ ແລະການວ່າຈ້າງ.
ໄອແອລເອັຟໃຫ້ບໍລິການທັງໝົດເຫຼົ່ານີ້ສຳລັບໂຮງງານຜະລິດພະລັງງານຂະໜາດໃຫຍ່ ແລະລະບົບຜະລິດໄຟຟ້າສຳລັບນອກຝັ່ງ ແລະໃນຝັ່ງ ສິ່ງທີ່ອຳນວຍຄວາມສະດວກຕາມລະບົບທໍ່ສົ່ງຂະໜາດໃຫຍ່. ໄອແອລເອັຟມີຄວາມຊ່ຽວຊານຮອບດ້ານໃນການຈັດຕັ້ງປະຕິບັດບັນດາໂຄງການທີ່ເປັນທຶນສ່ວນຕົວ ແລະສາທາລະນະ ພ້ອມທັງຮູບແບບຫຼາຍປະເພດສຳລັບການຮ່ວມມືລະຫວ່າງພາກລັດແລະເອກະຊົນ.
ຂົງເຂດຄວາມຊຳນານງານ
- ໂຮງງານໄຟຟ້າທົ່ວໄປສຳລັບເຊື້ອເພີງທັງໝົດ
- ໂຮງງານໄຟຟ້າພະລັງງານຄວາມຮ້ອນ
- ໂຮງງານເຜົາສິ່ງເສດເຫຼືອ
- ໂຮງງານໄຟຟ້າແລະພະລັງງານຄວາມຮ້ອນຊີວະພາບລວມ
- ໂຮງງານໄຟຟ້າພະລັງງານຄວາມຮ້ອນລວມແລະການກ່ັນນໍ້າທະເລ
Get in touch
Gianmaria La Porta
moc/fli//etamilc-ygrene | |
Tel | +49 / 89 / 25 55 94 - 0 |
For job applications and job-related questions, please contact jobs@ilf.com or the HR partner named within the job descriptions listed here: https://www.ilf.com/career/jobs/
Downloads
Thermal Power
- Download PDF (277.67 Kb)
- View online