Choose your Country

Australia

Czechia

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

United Arab Emirates

United Kingdom

Uzbekistan

ອາຊີບຂອງທ່ານທີ່ໄອແອລເອັຟ

pic_career_header_final

ສັ້ນທາງສູ່ຄວາມເປັນເລີດດ້ານວິສະວະກໍາຂອງທ່ານ

ໄອແອລເອັຟ ຕ້ອງການສະເຫນີຫຼາຍກ່ວາພຽງ “ການຄຸ້ມຄອງຄວາມສາມາດ”. ທ່ານຄວນຈະສາມາດເຕີບໂຕໄດ້ທັງດ້ານມືອາຊີບ ແລະ ສ່ວນບຸກຄົນ, ແລະນໍາໃຊ້ສັກກະຍະພາບຂອງທ່ານຢ່າງເຕັມທີ່. ນັ້ນຄືເຫດຜົນທີ່ ໄອແອລເອັຟ ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາຄວາມສາມາດ: ຜ່ານໂປຣມແກຣມພັດທະນາແບບສ່ວນບຸກຄົນ ແລະ ມຸ້ງເນັ້ນປະຕິບັດແບບຮັດກຸມ, ໄອແອລເອັຟ ຍັງເອົາໃຈໃສ່ຈຸດແຂງສ່ວນບຸກຄົນ ແລະ ຄວາມສາມາດດ້ານວິຊາຊີບຂອງທ່ານ.

 

pic_career

ການພັດທະນາຄວາມເປັນມືອາຊີບ, ສ່ວນບຸກຄົນ ແລະ ຄວາມຫຼາກຫຼາຍທາງວັດທະນະທໍາ

ບໍ່ວ່າທ່ານຈະມີບົດບາດຕຳແຫນ່ງຫຍັງຢູ່ ໄອແອລເອັຟ ແລະ ມີປະສົບການຫຍັງ, ທ່ານຈະກາຍເປັນສ່ວນໜຶ່ງຂອງທີມ ແລະ ຮັບຜິດຊອບທັນທີ. ທ່ານຈະໄດ້ຮັບການສະຫນັບສະຫນູນຈາກເພື່ອນຮ່ວມງານທີ່ມີປະສົບການ, ເຊິ່ງຈະຄອຍຊ່ວຍທ່ານຕັ້ງແຕ່ເລີ່ມຕົ້ນ.

ໄອແອລເອັຟ ມອບໂອກາດໃຫ້ທ່ານພິສູດຕົວທ່ານເອງໃນໂຄງການທີ່ທ້າທາຍ ແລະ ຢູ່ຫຼາຍໆພາກພື້ນໃນທົ່ວໂລກ. ທາງເລືອກທີ່ຫຼາກຫຼາຍຂອງຫຼັກສູດການຝຶກອົບຮົມພາຍໃນ ແລະ ພາຍນອກ ເຊັ່ນດຽວກັນກັບຂະບວນການພັດທະນາພະນັກງານໃນກຸ່ມສະຫນັບສະຫນູນຄວາມກ້າວຫນ້າຂອງທ່ານ. ນອກເຫນືອຈາກການເພີ່ມຄວາມຮູ້ດ້ານວິຊາຊີບ ແລະ ຜູ້ປະກອບການຂອງທ່ານແລ້ວ, ໄອແອລເອັຟ ຍັງຊ່ວຍເພີ່ມຄວາມສາມາດສ່ວນບຸກຄົນ ແລະ ຄວາມຫຼາກຫຼາຍທາງວັດທະນະທໍາຂອງທ່ານ.

 

ແນວຄິດໃຫມ່ ແລະ ວິທີແກ້ໄຂທີ່ເປັນນະວັດຕະກຳ

ໄອແອລເອັຟ ຮັບຮູ້ເຖິງວິທີຄິດປະດິດສ້າງຂອງທ່ານ ແລະ ເຮັດໜ້າທີ່ເປັນສ່ວນສຳຄັນໃນການເພີ່ມປະສິດທິພາບການເຮັດວຽກຢ່າງຕໍ່ເນື່ອງ ແລະ ວຽກງານໂຄງການທີ່ມຸ້ງເນັ້ນການແກ້ໄຂປັນຫາ

ບໍ່ວ່າທ່ານຈະເຜີຍແຜ່ເອກະສານທາງວິທະຍາສາດ, ພັດທະນາຊອບແວການຄິດໄລ່ທີ່ຊັບຊ້ອນ ຫຼື ບັນລຸວິໄສທັດການອອກແບບ, ໄອແອລເອັຟ ເຊື່ອໝັ້ນໃນຄວາມສະຫຼາດ ແລະ ຄວາມຄິດສ້າງສັນຂອງທ່ານ, ແລະ ໃຫ້ລາງວັນແນວຄິດ ແລະໂຄງການທີ່ໂດດເດັ່ນດ້ວຍລາງວັນໄອແອລເອັຟຄວາມເປັນເລີດ (ILF Excellence Awards)

pic_graduates
pic_interns
Logo_Excellence Award

ຄວາມເປັນເລີດທາງດ້ານວິສະວະກຳ

ນັບຕັ້ງແຕ່ກໍ່ສ້າງຕັ້ງຂຶ້ນໃນປີ 1967, ທີ່ປຶຶກສາທາງດ້ານວິສະວະກຳຂອງໄອແອລເອັຟມຸ້ງຂັບເຄື່ອນຄວາມກ້າວໜ້າທາງເທກໂນໂລຍີ້ແລະພັດທະນາວິທີແກ້ໄຂໂຄງການທີ່ເປັນວັດຕະກຳ. ການຮ່ວມມືຢ່າງໄກ້ຊິດຂອງບັນດາຜູ້ຊ່ຽວຊານທີ່ມີຄຸນນະສຳບັດສູງຈາກຫຼາກຫຼາຍວິຊາໄດ້ຮັບ ແລະຍັງຄົງເປັນໜຶ່ງໃນກຸນແຈສູ່ຄວາມສຳເລັດຂອງໄອແອລເອັຟ. ວິໃສທັດຂອງຜູ້ປະກອບການຂອງຜູ້ກໍ່ຕັ້ງໄອແອລເອັຟແລະການພັດທະ ນາຍຸດທະສາດຂອງຜູ້ນຳແລະຜູ້ມີວິໃສທັດໃນອາຄົດເຮັດໃຫ້ໄອແອລເອັຟສາມາດປະສົມປະສານປະສົບການຂອງທຸລະກິດຄອບຄົວທີ່ໄດ້ສ້າງຕັ້ງຂຶ້ນມາເປັນເວລາດົນນານເຂົ້າກັບຄວາມສາມາດຂອງຜູ້ຫຼິ້ນລະດັບໂລກໃນອານາຄົດ.

ການສົ່ງເສີມນະວັດຕະກຳ

ແນວຄິດສ້າງສັນຂອງທ່ານຊ່ວຍພວກເຮົາສາມາດປັບປຸງບໍລິການຂອງພວກເຮົາສຳລັບລູກຄ້າຂອງພວກເຮົາຢ່າງຕໍ່ເນື່ອງ. ບໍ່ວ່າທ່ານຈະຕ້ອງການເຜີຍແຜ່ເອກະສານວິທະຍາສາດ, ພັດທະນາຊອຟຕ໌ແວຣ໌, ການຄິດໄລ່ທີ່ສັບຊ້ອນ ຫລືມີສ່ວນຮ່ວມໃນສິດທິບັດໃຫມ່, ທີ່ໄອແອລເອັຟເຮົາສ້າງຈາກຄວາມສະຫຼາດແລະຄວາມຄິດສ້າງສັນຂອງທ່ານ! ລະບົບການບໍລິຫານແບບປະສົມປະສານຂອງພວກເຮົາເຮັດໜ້າທີ່ເພື່ອໃຫ້ແນ່ໃຈວ່າຄວາມຮູ້ຈະໄດ້ຮັບການຈັດເຮັດເປັນເອກະສານແລະແບ່ງປັນຄວາມຮູ້ພາຍໃນອົງກອນທີ່ໄອແອລເອັຟ.

Get in touch
Ines_Stubenboeck

Ines Stubenböck

Mail
Hello UptimeRobot