Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ການຄຸ້ມຄອງການປ່ຽນແປງດິນຟ້າອາກາດ

pic_greenhouse_gas_reduction

ການຄຸ້ມຄອງການປ່ຽນແປງສະພາບອາກາດ

ໂດຍ​ການ​ລົງ​ນາມ​ໃນ​ສັນຍາຂໍ້ຕົກລົງ​ປາຣີສ (COP 21) ​ໃນ​ປີ 2015, ປະຊາ​ຄົມ​ສາກົນຂອງລັດ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ພາຍ​ໃຕ້​ກົດໝາຍ​ລະຫວ່າງປະເທດ ເພື່ອ​ຈຳກັດ​ພາວະໂລກ​ຮ້ອນ​ທີ່ມະນຸດສ້າງຂື້ນ ໃຫ້​ຕ່ຳ​ກວ່າ 2 ອົງສາ, ​ເຊິ່ງສູງກວ່າ​ລະດັບ​ກ່ອນ​ຍຸກ​ອຸດສາຫະກຳ. ເພື່ອໃຫ້ບັນລຸລະດັບດັ່ງກ່າວ, ເປົ້າໝາຍການປ່ຽນແປງສະພາບອາກາດ ທີ່ມີຄວາມທະເຍີທະຍານ ເຊິ່ງມຸ້ງເນັ້ນໄປທີ່ການຫຼຸດຜ່ອນການປ່ອຍມົນລະພິດເຮືອນແກ້ວ (greenhouse gas) ຈຶ່ງເປັນສິ່ງຈຳເປັນໃນທົ່ວໂລກ. ເປົ້າໝາຍເຫຼົ່ານີ້ສາມາດເຮັດໄດ້ ໂດຍການຫັນປ່ຽນໄປສູ່ເສດຖະກິດ ແລະສັງຄົມກາກບອນຕໍ່າ (low-carbon) ເທື່ອລະບາດກ້າວ. ຂະ​ບວນ​ການ​ຫັນ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ​ແມ່ນ​ຕິດ​ພັນ​ກັບ​ຄວາມ​ສາ​ມາດ​ດ້ານ​ນະ​ວັດ​ຕະ​ກຳ​ຂອງ​ບັນ​ດາ​ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ.

ບົດບາດຂອງໄອແອລເອັຟ

ໂດຍໄອແອລເອັຟ, ການປົກປ້ອງສະພາບອາກາດ ມີຄວາມສຳຄັນຫຼາຍຕໍ່ພື້ນທີ່ທຸລະກິດ ແລະ ບໍລິການຂອງບໍລິສັດ. ຂອບເຂດບໍລິການຂອງໄອແອລເອັຟ ແມ່ນມຸ້ງເນັ້ນໄປທີ່ການຫຼຸດຜ່ອນການປ່ອຍມົນລະພິດເຮືອນແກ້ວ (greenhouse gas), ຫັນມານຳໃຊ້ພະລັງງານຫມຸນວຽນ ແລະປັບປຸງປະສິດທິພາບພະລັງງານ.

ໃນການບັນລຸຈຸດປະສົງເຫຼົ່ານີ້, ໄອແອລເອັຟ ມຸ້ງເນັ້ນໃສ່ໂຄງການທີ່ປະກອບສ່ວນທາງກົງ ຫຼື ທາງອ້ອມ ໃນການປົກປ້ອງສະພາບອາກາດ ແລະເພື່ອການພັດທະນາແບບຍືນຍົງ, ໂຄງການທີ່ພະຍາຍາມໃຊ້ມາດຕະການປ່ອຍມົນລະພິດຕ່ຳ (low-emission measures) ແບບຍືນຍົງ ແລະໂຄງການທີ່ພະຍາຍາມປັບປຸງສະພາບການດໍາເນີນງານໃຫ້ເໝາະສົມທີ່ສຸດ,  ໂດຍນຳໃຊ້ລະບົບປະຫຍັດພະລັງງານ ແລະເທັກໂນໂລຍີການກໍ່ສ້າງ ແລະສິນຄ້າບໍລິໂພກທີ່ປະຫຍັດຊັບພະຍາກອນ.

ຜົນປະໂຫຍດຕໍ່ລູກຄ້າ

ໂດຍໄອແອລເອັຟ, ໃຫ້ຄວາມສຳຄັນກັບການໃຊ້ວິທີແບບປະສົມປະສານກັບໂຄງການຕະຫຼອດອາຍຸການນຳໃຊ້,  ຈຸດ​ປະ​ສົງ​ຫຼັກຕັ້ງແຕ່​ການ​ອອກແບບໄປຈົນ​ເຖິງ​ການ​ດໍາ​ເນີນ​ງານ​ຂອງ​ໂຮງ​ງານ ​ແລະ ​ໂຄງ​ສ້າງ​ພື້ນ​ຖານ ​ແມ່ນ​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ພະ​ລັງ​ງານ ​ແລະການປ່ອຍມົນລະພິດເຮືອນແກ້ວ (greenhouse gas),​. ​ໃນ​ສະພາບ​​ດັ່ງກ່າວ, ​ເມື່ອ​​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະສັງຄົມ ​ຈຳ​ເປັນຕ້ອງຄຳນຶງ​ເຖິງ​ກົດໝາຍ ​ແລະຂໍ້​ກຳນົດ​ຂອງ​ສະຖາບັນ​ການ​ເງິນທີ່​ໄດ້​ຮັບ​ການ​ດັດ​ແກ້​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ສະພາບອາກາດ. ຂໍ້ໄດ້ປຽບຫຼັກຂອງໄອແອລເອັຟໃນເລື່ອງນີ້ຄືຄວາມສາມາດໃນການຄອບຄຸມທຸກສາຂາວິຊາໂດຍຜູ້ຊ່ຽວຊານພາຍໃນອົງກອນ.

ໄອແອລເອັຟ ໃຫ້ບໍລິການດ້ານການຫຼຸດຜ່ອນມົນລະພິດເຮືອນແກ້ວ (greenhouse gas) ດັ່ງຕໍ່ໄປນີ້ 

  • ອອກແບບສິ່ງອໍານວຍຄວາມສະດວກສໍາລັບການຜະລິດ ແລະ ການເກັບຮັກສາພະລັງງານ ທີ່ບໍ່ມີມົນລະພິດຈາກເຮືອນແກ້ວ
  • ການເພີ່ມປະສິດທິພາບພະລັງງານຂອງສິ່ງອໍານວຍຄວາມສະດວກທີ່ມີຢູ່ແລ້ວ ແລະ ອາຄານໃຫມ່
  • ບໍລິການໃຫ້ຄໍາປຶກສາ ສໍາລັບການກະກຽມແນວຄວາມຄິດໃນການຄຸ້ມຄອງການສັນຈອນໂດຍສຸມໃສ່ການຫຼຸດຜ່ອນການປ່ອຍມົນລະພິດເຮືອນແກ້ວ.
  • ບໍລິການໃຫ້ຄໍາປຶກສາດ້ານການກໍ່ສ້າງ ແລະການດໍາເນີນງານຂອງສິ່ງອໍານວຍຄວາມສະດວກ ແລະໂຄງສ້າງທີ່ເນັ້ນການນໍາໃຊ້ຊັບພະຍາກອນທີ່ມີຮ່ອງຮອຍກາກບອນຕ່ໍາ (low carbon footprint)

greenhouse_gas_reduction_web
Downloads
thumbnail of 18_05_04_FO_Climate_Management_RZ

Climate Change Management

Downloads

Hello UptimeRobot