ກ່ຽວກັບໄອແອລເອັຟ

ILF Laos Office

ກ່ຽວກັບ

ນັບຕັ້ງແຕ່ເລີ້ມຕົ້ນ, ຕະຫຼາດໄຟຟ້າພະລັງງານນໍ້າຂອງ ສປປ ລາວ ເປັນຕົວແທນຂອງຕະຫຼາດທີ່ສຳຄັນຂອງໄອແອລເອັຟ. ໃນປີ 2018, ໄອແອລເອັຟ ໄດ້ສ້າງຕັ້ງຫ້ອງການຢູ່ນະຄອນຫຼວງວຽງຈັນ, ລົງທະບຽນເປັນ ບໍລິສັດ ໄອແອລເອັຟ ທີ່ປືກສາດ້ານວິສະວະກຳ ລາວ ຈຳກັດ.

ໂດຍຕັ້ງຢູ່ທີ່ວຽງຈັນເປັນການຖາວອນ, ໄອແອລເອັຟລາວຍັງຄົງຕິດຕໍ່ພົວພັນກັບອຳນາດການປົກຄອງທ້ອງຖິ່ນຢ່າງຕໍ່ເນື່ອງ ແລະຜູ້ທີ່ມີບົດບາດສຳຄັນໃນອຸດສະຫະກຳນີ້. ໄອແອລເອັຟໄດ້ດຳເນີນໂຄງການໃນປະເທດ, ແລະຍັງໄດ້ເຂົ້າຮ່ວມກັບຫຼາຍໆໂຄງການ ກັບກະຊວງພະລັງງານແລະບໍ່ແຮ່ ເຊິ່ງເປັນໜຶ່ງໃນລູກຄ້າຫຼັກຂອງເຮົາ.

ໃນນັ້ນ, ພາລະກິດທີ່ສຳຄັນໃນລາວໄດ້ແກ່ບົດບາດເປັນວິສະວະກອນ ສັນຍາກັບລັດຖະບານລາວ ສຳລັບໂຄງການເຂື່ອນໄຟຟ້ານໍ້າອູ 1, 2, 3 ແລະ 7, ການຊີ້ນຳການກໍ່ສ້າງຂອງເຂື່ອນໄຟຟ້ານໍ້າກົງ ແລະການຊີ້ນຳການກໍ່ສ້າງຂອງເຂື່ອນໄຟຟ້ານໍ້າອີ່ມູນ.

Downloads
thumbnail of brochure_ILF_Group_13-03-19

Brochure ILF Group

Hello UptimeRobot