Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ການບໍລິຫານຄວາມຮູ້

pic_knowledge_header

ການບໍລິຫານຄວາມຮູ້

ການບໍລິຫານຄວາມຮູ້ແມ່ນສິ່ງທີ່ສຳຄັນທີ່ສຸດໃນສາຂາທີ່ໃຊ້ຄວາມຮູ້ເຊັ່ນດຽວກັນກັບໄອແອລເອັຟ. ມີຄວາມຮັບຜິດຊອບ, ຜູ້ຈັດການທີ່ມີຄວາມສາມາດໄດ້ຖືກມອບໝາຍໃຫ້ເປັນຜູ້ຊ່ຽວຊານທຸກສາຂາຂອງໄອແອລເອັຟ. ບົດບາດຂອງພວກເຂົາແມ່ນການຂະຫຍາຍຄວາມຮູ້ຂອງໄອແອລເອັຟຢ່າງຕໍ່ເນື່ອງໃນສາຂາຄວາມຊ່ຽວຊານທີ່ກ່ຽວຂອງ, ສ້າງເອກະສານ ແລະຖ່າຍທອດໃຫ້ທົົ່ວທຸກກຸ່ມໄອແອລເອັຟ. ເຈົ້າໜ້າທີ່ມີຄວາມສາມາດເປັນຫຸ້ນສ່ວນໃນອົງກອນເພື່ອຮັບມືກັບຄວາມທ້າທາຍໃນສາຂາຄວາມຊ່ຽວຊານທີ່ກ່ຽວຂ້ອງ. ເພື່ອໃຫ້ງ່າຍຕໍ່ການເຂົ້າເຖິງຖານຄວາມຮູ້ທີ່ກ້ວາງຂວາງຂອງໄອແອລເອັຟ, ກຸ່ມໄດ້ສ້າງຕັ້ງປະຕູຄວາມຮູ້ຂອງໄອແອລເອັຟ. ພະນັກງານທຸກຄົນສາມາດເຂົ້າເຖິງໄດ້ ແລະມີການລວບລວມເອກະສານພາຍໃນແລະພາຍນອກຢ່າງກ້ວາງຂວາງ. 

ມັນເປັນໄປໂດຍບໍ່ໄດ້ບອກວ່າການຝຶກອົບຮົມທີ່ຕົງກັບຄວາມຕ້ອງການສ່ວນບຸກຄົນຂອງພະນັກງານມີຄວາມສຳຄັນທີ່ສຸດ. ສະຖາບັນໄອແອລເອັຟມີຫຼັກສູດການຝຶກອົບຮົມຕາມຄວາມຕ້ອງການ ແລະໂປຣແກຣມທີ່ຄວບຄຸບເພື່ອຕອບສະໜອງຄວາມຕ້ອງການເລົ່ານັ້ນ.

ແນະນຳການປະຕິບັດ

ສຳລັບຂັ້ນຕອນການອອກແບບແລະການບໍລິການເສີມທີ່ແຕກຕ່າງກັນ, ໄອແອລເອັຟມີການເກັບກຳການແນະນຳຂໍ້ມູນການປະຕິບັດຂອງຕົນເອງຢ່າງກ້ວາງຂວາງ. ເອກະສານເລົ່ານີ້ແມ່ນຂັ້ນຕອນການແນະນຳຂອງໄອແອລເອັຟສຳລັບແຕ່ລະບາດກ້າວໃນການເຮັດວຽກ, ແລະພວກມັນໄດ້ຖືກເພີ່ມເຕີມຢ່າງລະອຽດຂອງການເຮັດວຽກ. ນີ້ສົ່ງເສີມການໂອນຄວາມຮູ້ຈາກຜູ້ທີ່ມີປະສົບການກັບພະນັກງານລຸ້ນໜຸ່ມ. ເມື່ອບັນດາບໍລິສັດໄອແອວເອັຟເຮັດວຽກນຳກັນ, ມັນເປັນສິ່ງສຳຄັນຫຼາຍທີ່ບັນດາພາກສ່ວນທີ່ກ່ຽວຂ້ອງຕ້ອງມີຄວາມເຂົ້າໃຈກ່ຽວກັບຜົນງານ ແລະຜົົນໄດ້ຮັບເພື່ອເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ. ຄຳອະທິບາຍຂະບວນການຂອງແນວທາງປະຕິບັດທີ່ແນະນຳມີສ່ວນສຳຄັນຕໍ່ການບັນລຸເປົ້າໝາຍນີ້.

Hello UptimeRobot