Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ແນວທາງຂອງໄອແອລເອັຟນໍ້າເບີໜຶ່ງ

pic_one_ilf_approach_header2

ແນວທາງຂອງໄອແອລເອັຟນໍ້າເບີໜຶ່ງ

ໃນທົດສະວັດທີ່ຜ່ານມາ, ຕະຫຼາດບໍລິການດ້ານວິສະວະກຳມີການປ່ຽນແປງຄັ້ງໃຫຍ່. ໃນໄລຍະຜ່ານມາລູກຄ້າຂອງໄອແອລເອັຟ ຕ້ອງການຮັບບໍໍລິການດ້ານວິສະວະກຳຈາກຫ້ອງການຂອງໄອແອລເອັຟຢູ່ພາກກາງ ຂອງຢູໂຣບ, ແຕ່ຕອນນີ້ຄວາມຮຽກຮ້ອງຕ້ອງ ການໄດ້ປ່ຽນໄປຢ່າງຫຼວງຫຼາຍ. ໃນມື້ນີ້ລູກຄ້າຕ່າງປະເທດຂໍຄວາມຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມຫຸ້ນສ່ວນວິສະວະກຳຂອງພວກເຂົາໃນສະໜາມ, ຊຶ່ງໝາຍຄວາມວ່າວິສະວະກອນຕ້ອງຢູ່ໃນໄລຍະທີ່ເໝາະສົມຂອງລູກຄ້າ. ນອກຈາກນີ້ຍັງມີຄວາມຕ້ອງການໃຫ້ຄົນງານໃນທ້ອງຖິ່ນໄດ້ຮັບການຝຶກອົບຮົມ ແລະຫາວຽກທີ່ຈະໄດ້ຮັບແທນພວກເຂົາທີ່ຈະນຳເອົາຄົນງານພາຍນອກເຂົ້າມາ. ໃນເວລາດຽວກັນລູກຄ້າຂອງໄອແອລເອັຟ ຍັງຄາດຫວັງວ່າຈະໃຊ້ປະສົບການ ແລະຄວາມຊຳນານງານແບບສາກົນ.

ໄອແອລເອັຟຕອບສະໜອງຄວາມຕ້ອງການປ່ຽນແປງຂອງລູກຄ້າຂອງຕົນຜ່ານການແນະນຳທີ່ມີການຄວບຄຸມ, ທຸກວິທີການທົ່ວທັງກຸ່ມເອີ້ນວ່າໜຶ່ງໄອແອລເອັຟ (ONE ILF).

ໄອແອລເອັຟນໍ້າເບີໜຶ່ງ (ONE ILF) ແມ່ນອີງໃສ່ຄວາມເຊື່ອໝັ້ນວ່າການນຳໃຊ້ທຸກຄວາມສາມາດ ແລະຄວາມສາມາດທີ່ມີຢູ່ໃນບໍລິສັດຂອງກຸ່ມໄອແອລເອັຟ ແລະເພີ່ມປະສິດທິພາບຄວາມຮ່ວມມືພາຍໃນລະຫວ່າງບໍລິສັດໃຫ້ເກີດປະໂຫຍດສູງສຸດແກ່ລູກຄ້າຂອງໄອແອລເອັຟ.

ວິທີການຂອງ ໄອແອລເອັຟນໍ້າເບີໜຶ່ງ (ONE ILF) ປະກອບມີມາດຕະຖານໂຄງສ້າງກົດໝາຍຂອງໄອແອລເອັຟ, ແນະນຳອົງກອນທີ່ມີໜ້າທີ່ການເຮັດວຽກງານໃຫມ່, ສົ່ງເສີມວັດທະນະທຳຂອງຄວາມຮ່ວມມືພາຍໃນ, ແລະສຸມໃສ່ເຄື່ອງໝາຍການຄ້າໄອແອລເອັຟ.

Circular_Diagram_ONE_ILF_Rev3_1

ອົງກອນຈັດຕັ້ງຕາມໜ້າທີ່

ໃນອົງການທີ່ເຮັດໜ້າທີ່ໃຫມ່, ທຸກບໍລິສັດໃນກຸ່ມໄອແອລເອັຟ ໄດ້ຮັບມອບໝາຍໜຶ່ງ ຫຼື ຫຼາຍພາລະບົດບາດຂອງບົດບາດຕໍ່ໄປນີ້ຂື້ນຢູ່ກັບຄວາມສາມາດ ແລະຄວາມສາມາດທີ່ກ່ຽວຂ້ອງກັບວຽກງານພວກເຂົາ: ສູນພາກພື້ນ, ສູນຄວາມເປັນເລີດ, ຫຼື ສູນວິສະວະກຳ.

ສູນພາກພື້ນແມ່ນບໍລິສັດຂອງກຸ່ມໄອແອລເອັຟ (ILF) ທີ່ຮັບຜິດຊອບຕໍ່ປະເທດ ຫຼື ພາກພື້ນສະເພາະ ແລະ ສໍາລັບພື້ນທີ່ທຸລະກິດທີ່ກໍານົດໄວ້. ສູນພາກພື້ນມີຫນ້າທີ່ຮັບຜິດຊອບໃນການພັດທະນາຕະຫຼາດທີ່ກໍານົດໄວ້ໂດຍການລະບຸ, ການໄດ້ຮັບ, ແລະດຳເນີນໂຄງການຕ່າງໆ. ຈໍາເປັນຕ້ອງໃຫ້ການສະຫນັບສະຫນູນຢ່າງໃກ້ຊິດກັບລູກຄ້າຢູ່ສະຖານທີ່ເຮັດວຽກ. ສູນພາກພື້ນຍັງພັດທະນາຄວາມສາມາດ ແລະ ຄວາມສາມາດຂອງຕົນເອງແລະນໍາໃຊ້ເພື່ອດຳເນີນໂຄງການ.

ສູນຄວາມເປັນເລີດແມ່ນບໍລິສັດຂອງກຸ່ມໄອແອລເອັຟ ILF ທີ່ຮັບຜິດຊອບເຂດພື້ນທີ່ທຸລະກິດໜຶ່ງ ຫຼື ຫຼາຍພື້ນທີ່. ບໍລິສັດເຫຼົ່ານີ້ມີບຸກຄົນສຳຄັນ ຫຼື ຜູ້ຊ່ຽວຊານດ້ານອຸດສາຫະກໍາໃນເຂດພື້ນທີ່ທຸລະກິດນັ້ນ. ສູນຄວາມເປັນເລີດສະຫນັບສະຫນູນສູນພາກພື້ນ ແລະສະເຫນີໃຫ້ພວກເຂົາມີຄວາມຮູ້ແລະຄວາມຊ່ຽວຊານ, ສູນຄວາມເປັນເລີດຍັງໄດ້ຮັບການຊຸກຍູ້ໃຫ້ດຳເນີນການ ແລະ ເຮັດວຽກກ່່ຽວກັບໂຄງການຂອງຕົນເອງ, ແຕ່ຄວນປະສານງານການເຄື່ອນໄຫວຂອງຕົນກັບສູນພາກພື້ນທີ່ກ່ຽວຂ້ອງສະເໝີ.

ການປະສານງານແລະໃຫ້ຄຳປຶກສາທີ່ມີປະສິດທິພາບລະຫວ່າງບໍລິສັດຂອງກຸ່ມ ILF ແມ່ນເປັນສິ່ງຈໍາເປັນທີ່ເຮັດໃຫ້ພວກເຂົາເຮັດວຽກຮ່ວມກັນຢ່າງມີປະສິດທິພາບແລະລຽບງ່າຍ. ຜູ້ອໍານວຍການກຸ່ມໃນສີ່ເຂດພື້ນທີ່ທຸລະກິດຫຼັກໄດ້ປະສານງານຮ່ວມມືລະຫວ່າງບໍລິສັດ ILF.

ການປະສານງານແລະໃຫ້ຄຳປຶກສາທີ່ມີປະສິດທິພາບລະຫວ່າງບໍລິສັດຂອງກຸ່ມ ILF ແມ່ນເປັນສິ່ງຈໍາເປັນທີ່ເຮັດໃຫ້ພວກເຂົາເຮັດວຽກຮ່ວມກັນຢ່າງມີປະສິດທິພາບແລະລຽບງ່າຍ. ຜູ້ອໍານວຍການກຸ່ມໃນສີ່ເຂດພື້ນທີ່ທຸລະກິດຫຼັກໄດ້ປະສານງານຮ່ວມມືລະຫວ່າງບໍລິສັດ ILF.

ການຮ່ວມມືທາງດ້ານວັດຖະນະທຳ

ແມ້ແຕ່ອົງກອນທີ່ດີທີ່ສຸດກໍ່ຍັງເຮັດວຽກບໍ່ຖືກຕ້ອງ ຖ້າຫາກບໍ່ມີຄວາມຕັ້ງໃຈທີ່ຈະຮ່ວມມື. ຍ້ອນຄວາມເປັນຈິງດັ່ງກ່າວ, ຝ່າຍບໍລິຫານຂອງໄອແອລເອັຟຈິງສ້າງການຮ່ວມມືທາງດ້ານວັດທະນະທຳຂື້ນຢ່າງຕັ້ງໃຈ.

ການຈັດຕັ້ງປະຕິບັດແນວຄິດລິເລີ້ມແຕກຕ່າງກັນ ແລະຜົນກະທົບໃນທາງບວກຂອງມັນສົ່ງເສີມການຮ່ວມມືທາງດ້ານວັດທະນະທຳລະຫວ່າງບໍລິສັດຂອງກຸ່ມໄອແອລເອັຟ.

ຄຸນຄ່າຂອງໄອແອລເອັຟຈາກຮາກຖານທີ່ໝັ້ນຄົງທີ່ຖານການຮ່ວມມືທາງດ້ານວັດທະນະທຳ.

Downloads
thumbnail of brochure_ILF_Group_13-03-19

ILF Group

Downloads
thumbnail of PG1106_0 Leadership principles

Leadership Principles of the ILF Group

Hello UptimeRobot