Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ວິໃສທັດ, ຄຸນຄ່າ & ຄວາມເຊື່ອ

pic_better_life_header_final

ວິໃສທັດ

ໂດຍໄອແອລເອັຟ, ຄວາມປາດຖະໜາຂອງພວກເຮົາຄືການມີສ່ວນຮ່ວມເພື່ອຄຸນນະພາບຂອງຊີວິດທີ່ດີຂຶ້ນທົ່ວໂລກ. ນີ້ແມ່ນສິ່ງທີ່ກະຕຸ້ນພວກເຮົາ ແລະເຮັດໃຫ້ເຮົາເຊື່ອໃນວຽກຂອງພວກເຮົາ.

pic_core_values_practices

ຄຸນຄ່າ

ໂດຍໄອແອລເອັຟ, ທຸກຄົນໄດ້ຮັບການປະຕິບັດດ້ວຍຄວາມເຄົາລົບນັບຖື  ແລະໃຫ້ກຽດສັກສີ, ໂດຍບໍ່ໄດ້ຄຳນຶງເຖິງຕຳແໜ່ງ, ເຊື້ອຊາດ, ສາສະໜາ ຫຼື ເພດ. ສິ່ງນີ້ນຳໃຊ້ກັບພະນັກງານໄອແອລເອັຟ ແລະບຸກຄົນທີສາມຢ່າງເທົ່າທຽມກັນ.

ໂດຍໄອແອລເອັຟ, ຄວາມຊື່ສັດນັ້ນເປັນສິ່ງສຳຄັນ ສຳລັບຄວາມສຳພັນແບບມືອາຊີບ. ເພາະສະນັ້ນພວກເຮົາຈຶງລົງມືປະຕິບັດ.

ໂດຍໄອແອລເອັຟ, ພະນັກງານທຸກຄົນມີຄວາມເປັນເຈົ້າຂອງໃນວຽກທີ່ຖືກມອບໝາຍ ແລະ ມີຄວາມຮັບຜິດຊອບຕໍ່ການກະທຳຂອງເຂົາ. ມັນແມ່ນສິ່ງທີ່ໄດ້ເຂົ້າໃຈວ່ານັ້ນແມ່ນການດຳເນີນການຮັກສາຄຳໝັ້ນສັນຍາດ້ວຍຄວາມເຄົາລົບຂອບເຂດໂຄງການ, ຄຸນນະພາບຂອງການບໍລິການ ແລະການຕົງຕໍ່ກຳນົດເວລາແມ່ນເປັນສິ່ງທີ່ສຳຄັນຢ່າງຍິ່ງ. ຄວາມໜ້າເຊື່ອຖືແມ່ນສິ່ງທີ່ຈຳເປັນຕ້ອງມີສຳຫຼັບພັດທະນາຄວາມໄວ້ວາງໃຈ ແລະຄວາມສຳພັນທີ່ຍືນຍົງພາຍໃນໄອແອລເອັຟ ແລະພາກສ່ວນທີສາມ.

ໂດຍໄອແອລເອັຟ, ທຸກຄົນໄດ້ຮັບການປະຕິບັດຢ່າງຢຸດຕິທຳ. ຄວາມເປັນທຳຍັງເປັນຫຼັກການຊີ້ນຳໃນການຕັດສິນໃຈຂອງໄອແອລເອັຟ.

ຄວາມເຊື່ອ

pic_diversity

ແທນທີ່ຈະສະແຫວງຫາການເຕີບໂຕພຽງຢ່າງດຽວ, ໄອແອລເອັຟຍັງມຸ້ງໝັ້ນທີ່ຈະເປັນຜູ້ນຳຕະຫຼາດດ້ວຍຄຸນນະພາບ. ດັ່ງນັ້ນ, ໄອແອລເອັຟຈຶ່ງພະຍາຍາມຢ່າງຕໍ່ເນື່ອງເພື່ອຄວາມເປັນດີເລີດດ້ານວິສະວະກຳ. ນີ້ຄືຄວາມສຳເລັດໂດຍ

  • ການແກ້ບັນຫາຕາມແນວທາງແບບກົງລວມ,
  • ແນວຄິດສ້າງສັນແລະຄວາມສະຫຼາດຂັ້ນສູງ,
  • ຄວາມປາດຖະໜາທີ່ຈະປັບປຸງຢ່າງຕໍ່ເນື່ອງ,
  • ແຮງຈູງໃຈແລະຄວາມທຸ້ມເທຢ່າງແຂງແກ່ງ,
  • ຄວາມດຸໝັ່ນແລະຄວາມພາກພຽນທີ່ຍິ່ງໃຫຍ່,
  • ສືບຕໍ່ໂປຣແກຣມສຳລັບພັດທະນາພະນັກງານ,
  • ການບໍລິຫານຄວາມຮູ້ແລະພັດທະນາຄວາມສຳມາດ.

ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ໄດ້ດີີທີ່ສຸດ, ພະນັກງານຂອງໄອແອລເອັຟເຮັດວຽກຮ່ວມກັນເປັນທີມທົ່ວສຳນັກງານທີ່ແຜ່ກະຈາຍຢູ່ໃນທຸກພາກພື້ນ.

ການແບ່ງປັນຄວາມສາມາດ, ປະສົບການ, ເຄື່ອງມື ແລະຄວາມສາມາດມີຄວາມສຳຄັນຢ່າງຍິ່ງໃນການໃຫ້ບໍລິການລູກຄ້າທີ່ດີທີ່ສຸດ.

ຄົນເກັ່ງຂອງໄອແອລເອັຟແມ່ນມີຄວາມແຕກຕ່າງ! ພະນັກງານທີ່ມີແຮງບັນດານໃຈສູງຂອງໄອແອລເອັຟຕ້ອງການທີ່ຈະເກັ່ງ ແລະມີສ່ວນຮ່ວມໃນຄວາມສຳເລັດໂດຍລວມຂອງໄອແອລເອັຟ. ທຸກບັນຫາຄືເປັນ ຄວາມທ້າທາຍ,   ແລະການຫາທາງອອກທີ່ດີທີ່ສຸດນັ້ນຄືເປົ້າໝາຍ.

ໄອແອລເອັຟມຸ້ງໝັ້ນເພື່ອຄວາມສຳພັນໄລຍະຍາວ ແລະເພື່ອໃຫ້ພະນັກງານເຫັນວ່າພວກເຂົາເອງເປັນຕົວແທນຂອງໄອແອລເອັຟ.

ໄອແອລເອັຟເປັນເຈົ້າຂອງເອກະຊົນຢ່າງເຕັມຕົວ ແລະບໍ່ມີພັນທະຕໍ່ທະນາຄານ, ຜູ້ສະໜອງ ຫຼື ພາກສ່ວນທີສາມອື່ນໆ. ການກະທຳນັ້ນແມ່ນຂຶ້ນຢູ່ກັບການພິຈາລະນາຢ່າງຮອບຄອບຢູ່ສະເໝີ ແລະຢູ່ໃນຄວາມສົນ ໃຈທີ່ດີທີ່ສຸດຂອງລູກຄ້າ.

ໄອແອລເອັຟມຸ້ງໝັ້ນສູ່ການພັດທະນາຢ່າງຍືນຍົງ. ຄວາມມຸ້ງໝັ້ນນີ້ສຳເລັດຂຶ້ນໃນກິດຈະກຳປະຈຳວັນທາງທຸລະກິດຂອງໄອແອລເອັຟ ແລະໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງໄອແອລເອັຟເພື່ອຫລຸດຜ່ອນການປ່ອຍຄາຣບອນ(carbon) ແລະສິ່ງເສດເຫລືອຂອງມັນ.

pic_sustainability
Downloads
thumbnail of PG1101_3 The ILF Group mission statement

The ILF-Group mission statement

Hello UptimeRobot