Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ແນວຄວາມຄິດດ້ານພະລັງງານ

pic_header_energy_concepts

ແນວຄວາມຄິດດ້ານພະລັງງານ

ການ​​ຮັບ​ຮູ້​ດ້ານ​ສິ່ງ​ແວດ​ລ້ອມທີ່ເພີ່ມຂື້ນ​ຂອງ​ສັງຄົມ, ອຸດສາຫະກຳ ​ແລະ ການ​ເມືອງ​ ຈຳເປັນຕ້ອງມີຊ່ອງທາງ​ໃໝ່​ໆຂອງ​ການ​ຜະລິດ, ການ​ສົ່ງ​ອອກ ​ແລະ ການ​ແຈກຈ່າຍ​ພະລັງງານ. ທີ່ປຶກສາດ້ານພະລັງງານເຮັດໜ້າທີ່ວິເຄາະ ແລະ ວາງແຜນໂຄງສ້າງພື້ນຖານ ເພື່ອພັດທະນາໃຫ້ເປັນໂຄງການລົງທຶນທີ່ມີກຳໄລ ແລະ ປະຢັດພະລັງງານ. ການໃຊ້ແນວທາງແບບວິຊາການ ມີສ່ວນສຳຄັນຢ່າງຍິ່ງ ຕໍ່ຜົນສໍາເລັດຂອງໂຄງການລົງທຶນພະລັງງານ.

ບົດບາດຂອງໄອແອລເອັຟ

ໄອແອລເອັຟ ບໍ່ພຽງແຕ່ມອບ “ຄວາມເປັນເລີດດ້ານວິສະວະກໍາ” ໃນດ້ານວິສະວະກໍາໂຄງສ້າງພື້ນຖານເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ໝັ້ນໃຈເຖິງມຸມມອງທີ່ເປັນເອກະລາດຂອງຂໍ້ກຳນົດໂຄງການທີ່ກ່ຽວຂ້ອງ.

ຄວາມສາມາດໃນຫຼາຍພາກສ່ວນຊ່ວຍໃຫ້ ໄອແອລເອັຟ ສາມາດໃຫ້ບໍລິການໃຫ້ຄຳປຶກສາແບບຄົບວົງຈອນ ເພື່ອສະຫນັບສະຫນູນລູກຄ້າທີ່ມີຄວາມຊ່ຽວຊານໃນດ້ານວິຊາສະເພາະ ແລະ ຄວາມຊ່ຽວຊານພາຍໃນອົງກອນແບບລວມສູນ. ໄອແອລເອັຟ ຈະປັບແຕ່ງບໍລິການໃຫ້ຄໍາປຶກສາດ້ານພະລັງງານ ໃຫ້ສອດຄ່ອງກັບຂໍ້ກຳນົດສະເພາະຂອງໂຄງການ.

ຜົນປະໂຫຍດຕໍ່ລູກຄ້າ

ການກໍານົດໂຄງສ້າງໂຄງການ ໃນຊ່ວງຕົ້ນຂອງໂຄງການ ມີຄວາມສຳຄັນຕໍ່ການອໍານວຍຄວາມສະດວກໃນການດຳເນີນໂຄງການຢ່າງມີປະສິດທິພາບ. ບໍລິການໃຫ້ຄຳປຶກສາດ້ານພະລັງງານ ຊ່ວຍໃຫ້ລູກຄ້າເຂົ້າໃຈຄວາມຊັບຊ້ອນຂອງໂຄງການໂຄງສ້າງພື້ນຖານດ້ານພະລັງງານໄດ້. ໄອແອລເອັຟ ຮັກສາຄວາມສໍາພັນອັນດີງາມກັບລູກຄ້າ ແລະ ຜູ້ມີສ່ວນໄດ້ສ່ວນເສຍໃນຂະແຫນງພະລັງງານ ແລະ ໂຄງສ້າງພື້ນຖານ. ໄອແອລເອັຟ ໄດ້ປະສົມປະສານຄວາມຮູ້ພື້ນຖານທາງດ້ານເຕັກນິກ, ກົດຫມາຍ, ການຄ້າ ແລະ ເສດຖະກິດ, ຊ່ວຍໃຫ້ລູກຄ້າຂອງ ໄອແອລເອັຟ ສາມາດຕັດສິນໃຈກ່ຽວກັບໂອກາດໃນການລົງທຶນທີ່ມີແນວໂນ້ມດີ.

ບໍລິການໃຫ້ຄໍາປຶກສາດ້ານພະລັງງານ ໂດຍປະກອບດ້ວຍອົງປະກອບດັ່ງນີ້:

  • ການວິເຄາະຮູບແບບທົ່ວໄປດ້ານທຸລະກິດຂອງລູກຄ້າ
  • ຂໍ້ມູນພື້ນຖານ
  • ການປະເມີນເສັ້ນທາງ ແລະ ສະຖານທີ່
  • ການອອກແບບລະບົບ
  • ການ​ຄາດ​ຄະ​ເນ​ລາຄາ
  • ການສ້າງແບບຈໍາລອງທາງດ້ານການເງິນ
  • ການກວດສອບທາງກົດໝາຍ ແລະ ກົດລະບຽບຂໍ້ບັງຄັບ
  • ກວດກາສັງຄົມ ແລະ ສິ່ງແວດລ້ອມ
  • ການວິເຄາະຕົ້ນທືນ ແລະ ຜົນປະໂຫຍດທາງເສດຖະກິດ
  • ໂຄງສ້າງທາງການຄ້າ
  • ການ​ປະ​ເມີນ​ຄວາມ​ສ່ຽງ​ ແລະ​ ການ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​
  • ການວາງແຜນການດຳເນີນໂຄງການ
grafik_energy_concepts_EN
Hello UptimeRobot