Australia

Czechia

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

United Arab Emirates

United Kingdom

Uzbekistan

ລະບົບຂໍ້ມູນຂ່າວສານພູມສາດ (GIS)

pic_GIS_header_final2

ລະບົບຂໍ້ມູນຂ່າວສານພູມສາດ (GIS)

ໄອແອລເອັຟ ໃຫ້ບໍລິການ ລະບົບຂໍ້ມູນຂ່າວສານພູມສາດ (GIS) ຕໍ່ໄປນີ້:

ການວິເຄາະທາງພື້ນທີ່

ລະບົບຂໍ້ມູນຂ່າວສານພູມສາດ (GIS) ສາມາດໃຊ້ເພື່ອສ້າງແຜນທີ່ ແລະ ຮູບແຕ້ມຢ່າງໄວວາ, ແຕ່ສິ່ງທີ່ເຮັດໃຫ້ ລະບົບຂໍ້ມູນຂ່າວສານພູມສາດ (GIS) ແຕກຕ່າງຈາກໂປຣແກຣມອື່ນໆແມ່ນ ຄວາມສາມາດໃນການວິເຄາະທາງພື້ນທີ່. ໄອແອລເອັຟ ໄດ້ພັດທະນາແອັບພິເຄຊັ່ນທີ່ທັນສະໄຫມສໍາລັບການວິເຄາະທາງພື້ນທີ່ໃນຂົງເຂດຕ່າງໆ ດັ່ງຕໍ່ໄປນີ້:

  • ການວິເຄາະແລວທາງສໍາລັບໂຄງການໂຄງສ້າງພື້ນຖານທຸກປະເພດເຊັ່ນ: ທໍ່ສົ່ງນ້ຳມັນ ແລະ ແກ໊ສ, ການເຊື່ອຕໍ່ຖະໜົນ ແລະ ທາງລົດໄຟ, ສາຍໄຟຟ້າທີ່ມີຄວາມແຮງສູງ, ແລະອື່ນໆ.
  • ສຶກສາທ່າແຮງໄຟຟ້ານໍ້າຕົກສໍາລັບເຂື່ອນໄຟຟ້າພະລັງງານນໍ້າຕົກປະເພດຕ່າງໆ
    o  ເຂື່ອນໄຟຟ້ານໍ້າຕົກທີ່ເປັນຝາຍນໍ້າລົ້ນ
    o  ເຂື່ອນໄຟຟ້າພະລັງງານນໍ້າຕົກແບບກັກເກັບໄວ້ໃນອ່າງເກັບນໍ້າ
    o  ເຂື່ອນໄຟຟ້ານໍ້າຕົກທີ່ອາໃສປໍ້າສູບນໍ້າຂຶ້ນໄປກັກເກັບໄວ້ໃນອ່າງເກັບນໍ້າ
  • ສຶກສາທ່າແຮງພະລັງງານແສງອາທິດ
  • ວິເຄາະພູມສັນຖານ
    o  ການວິເຄາະການສັງເກດເຫັນ (ແນວສາຍຕາ (line of sight) / ເສັ້ນຂອບຟ້າ(skyline))
    o  ທິດທາງ / ຄວາມຊັນ
    o  ພື້ນທີ່ຕົ້ນນ້ຳ / ເຂດອ່າງເກັບນໍ້າ / ທິດທາງການໄຫຼ

ສະຫນັບສະຫນູນ ລະບົບຂໍ້ມູນຂ່າວສານພູມສາດ (GIS) ສໍາລັບໂຄງການທີ່ສໍາຄັນ

  • ການຮັບ ແລະ ປະມວນຜົນຂໍ້ມູນທາງພູມສາດ
    o  ຮູບຖ່າຍທາງອາກາດ
    o  ຂໍ້ມູນລະດັບຄວາມສູງ
    o  ຂໍ້ມູນອຳນາດ
  • ການຄຸ້ມຄອງຂໍ້ມູນທາງພູມສາດ
    o  ຖານຂໍ້ມູນພູມສາດກາງ (GDB)
    o  ການຄຸ້ມຄອງຂໍ້ມູນທີ່ມີໂຄງສ້າງ
    o  ການຈັດການຂໍ້ມູນທີ່ບອກລາຍລະອຽດຂອງຂໍ້ມູນມີປະສິດທິພາບ
    o  ຂໍ້ມູນຂະຫນາດໃຫຍ່ (ຮູບຖ່າຍທາງອາກາດ (orthphotoos), ເຕັກໂນໂລຊີ ສໍາຫຼວດພູມສາດແບບໄລດ້າ (LiDAR))
  • ການສ້າງແຜນທີ່ ແລະ ຮູບແຕ້ມ
    o  ແຜນທີ່ເສັ້ນທາງ
    o  ແຜ່ນຈັດຕຳແໜ່ງ
    o  ແຜນທີ່ແບບລະອຽດ
    o  ຮູບແຕ້ມທົ່ວໄປ
    o  ວາງແຜນບັນທຶກດ້ວຍແຜນທີ່ຫຼາຍຮ້ອຍ

ເວັບລະບົບຂໍ້ມູນຂ່າວສານພູມສາດ (GIS)

ກັນ. ເຄືອຂ່າຍແຊຣ໌ພອຍຊ໌ (SharePoint Server) ເຮັດໜ້າທີ່ເປັນພື້ນທີ່ສື່ກາງໃນການແລກປ່ຽນເອກະສານ ແລະ ຂໍ້ມູນຂ່າວສານ, ແລະ ເຕັກໂນໂລຊີ ເວັບລະບົບຂໍ້ມູນຂ່າວສານພູມສາດ
(WebGIS) ທີ່ໃຊ້ ESRI ສະຫນອງຂໍ້ມູນໃນວົງກວ້າງຂອງພື້ນທີ່. ຂໍ້ມູນທາງພູມສາດ (geodata) ທີ່ມີຢູ່ ແລະ ສ້າງຂື້ນທີ່ກ່ຽວຂ້ອງທັງຫມົດ ໄດ້ຮັບການເຜີຍແຜ່ຢູ່ ເວັບລະບົບຂໍ້ມູນຂ່າວສານພູມສາດ (WebGIS) ແລະ ສາມາດເຂົ້າເຖິງໄດ້ໂດຍຜູ້ໃຊ້ທີ່ໄດ້ຮັບອະນຸຍາດ, ເຊິ່ງໃດ້ຮັບມອບຫມາຍສິດຜູ້ໃຊ້ສະເພາະ ໂດຍອີງຕາມຫນ້າທີ່ຂອງພວກເຂົາໃນໂຄງການ.

ການນຳໃຊ້ເວັບລະບົບຂໍ້ມູນຂ່າວສານພູມສາດ (WebGIS) ມີຂໍ້ດີຫຼາຍປະການ:

  • ເຂົ້າເຖິງຂໍ້ມູນພູມສາດຂອງໂຄງການໄດ້ຢ່າງໄວວາ ແລະ ງ່າຍດາຍ
  • ເຂົ້າເຖິງໄດ້ງ່າຍ ໂດຍຜ່ານຕົວທ່ອງເວັບອິນເຕີເນັດບຮາວເສີ (Internet Browser)
  • ນໍາໃຊ້ຂໍ້ມູນໃນປະຈຸບັນຢ່າງສະໜ່ຳສະເໝີ ສໍາລັບທຸກພາກສ່ວນຂອງໂຄງການທັງໝົດເພື່ອຫຼຸດຜ່ອນຄວາມບໍ່ສອດຄ່ອງໃນໂຄງການ
  • ການສື່ສານງ່າຍດາຍ ລະຫວ່າງຜູ້ເຂົ້າຮ່ວມໂຄງການທີ່ເຮັດວຽກຢູ່ສະຖານທີ່ຕ່າງໆ
  • ຂະບວນການ ຄວບຄຸມຄຸນນະພາບ (QA ) /ຮັບປະກັນຄຸນນະພາບ(QC) ທີ່ສອດຄ່ອງກັນ
  • ເຄື່ອງມືທີ່ມີປະສິດທິພາບໃນການວັດແທກ, ການພິມ, ແລະ ການດຳເນີນການສອບຖາມຄຸນລັກສະນະ, ແລະອື່ນໆ. ສາມາດໃຊ້ໄດ້ກັບຜູ້ໃຊ້ທັງຫມົດ
pic_spatial_analyses
pic_GIS_support
pic_GIS_support_2
pic_webGIS
Hello UptimeRobot