Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ແຜນຫຼັກ

pic_masterplan_header_2c

ແຜນຫຼັກ

ແຜນຫຼັກຊີ້ນຳທາງ ແລະ ໃຫ້ຄຳແນະນຳ. ການ​ພັດ​ທະ​ນາ​ຂອງ​ພວກເຂົາ ​ຕ້ອງການການ​ເຊື່ອມ​ໂຍງ​ດ້ານ​ຍຸດ​ທະ​ສາດ​​ທີ່ຊັບ​ຊ້ອນ​, ເສດ​ຖະ​ກິດ​, ລະ​ບຽບ​ການ​, ເຕັກນິກ​, ສັງ​ຄົມ ​ແລະ ​ສິ່ງ​ແວດ​ລ້ອມ​. ເປົ້າໝາຍຂອງພວກເຂົາຄືການພັດທະນາແນວທາງຍຸດທະສາດ ໄປສູ່ເປົ້າຫມາຍທີ່ກໍານົດໄວ້, ໂດຍຄໍານຶງເຖິງຂັ້ນຕອນການດຳເນີນການໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ບົດບາດຂອງໄອແອລເອັຟ

ການສົ່ງເສີມການມີສ່ວນຮ່ວມຂອງຜູ້ມີສ່ວນໄດ້ສ່ວນເສຍ (stakeholder) ທີ່ເໝາະສົມ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການພັດທະນາແຜນຫຼັກ. ການ​ມີ​ສ່ວນ​ຮ່ວມ​ດັ່ງ​ກ່າວ​ເປັນ​ປັດໃຈຊີ້ຂາດ​ໃນການ​ວິ​ເຄາະ​ສະພາບການເປັນຢູ່ ແລະ ການ​ພັດ​ທະ​ນາ​ທາງດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ​ ເຕັກ​ນິກ​ທີ່​ຄາດ​ຄະ​ເນ​ໄວ້ ເຊິ່ງກ່ຽວ​ຂ້ອງ​ກັບ​ແຜນ​ຫຼັກຢ່າງລະອຽດ. ການວິເຄາະແມ່ນຈຸດເລີ່ມຕົ້ນຂອງການພັດທະນາເປົ້າຫມາຍທາງຍຸດທະສາດ ແລະ ຈຸດປະສົງຂອງແຜນຫຼັກ.

ພ້ອມກັບວິໄສທັດ ແລະ ພາລະກິດເປົ້າໝາຍດ້ານຍຸດທະສາດ ແລະ ຈຸດປະສົງເຫຼົ່ານີ້ໄດ້ຮັບພັດທະນາໃນກອງປະຊຸມດ້ານການດຳເນີນການຮ່ວມກັບຕົວແທນຂອງລູກຄ້າ ແລະ ອາດຮ່ວມກັບຜູ້ມີສ່ວນໄດ້ສ່ວນເສຍ (stakeholders) ພາຍນອກ . ສິ່ງນີ້ເຮັດໃຫ້ໝັ້ນໃຈໄດ້ວ່າ ແຜນຫຼັກທີ່ພັດທະນາໃນພາຍຫຼັງ ໄດ້ຮັບການສະໜັບສະໜູນ ແລະ ຍອມຮັບໃນວົງກວ້າງ.

ຜົນປະໂຫຍດຕໍ່ລູກຄ້າ

ການປະສົມປະສານລະຫວ່າງຄວາມສາມາດດ້ານວິສະວະກໍາ, ສິ່ງແວດລ້ອມ ແລະ ເສດຖະກິດ ຮ່ວມກັບຄວາມຊ່ຽວຊານດ້ານການໃຫ້ຄຳປຶກສາລະດັບສາກົນຫຼາຍກວ່າ 50 ປີ ເຮັດໃຫ້ ໄອແອລເອັຟ ເປັນຄູ່ຮ່ວມຍຸດທະສາດທີ່ສົມບູນແບບສໍາລັບການພັດທະນາແຜນຫຼັກໃນດ້ານທຸລະກິດຂອງ ປົກປ້ອງພະລັງງານ ແລະ ສະພາບພູມອາກາດ, ນໍ້າ ແລະສິ່ງແວດລ້ອມ, ການຂົນສົ່ງແລະໂຄງສ້າງ ແລະ ນໍ້າມັນ, ແກ໊ດ ແລະ ຂະແໜງອຸດສະຫະກຳ

pic_engineering_design
pic_compliance
pic_consulting_services
Hello UptimeRobot