Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ

pic_vormachbarkeit_header

ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ

ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຈະວິເຄາະໄດ້ວ່າ ແນວຄວາມຄິດຕົງກັບຈຸດປະສົງຂອງລູກຄ້າ ຫຼື ບໍ່ ແລະ ຂໍ້ຈຳກັດທາງດ້ານເຕັກນິກ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມສຳລັບໂຄງການໃດໜຶ່ງ. ການສຶກສາຍັງຈັດໃຫ້ມີການປະເມີນເງື່ອນໄຂ ແລະ ຂໍ້ສົມມຸດຖານໃນຂັ້ນທຳອິດພາຍໃຕ້ການແກ້ໄຂປັນຫາທີ່ເປັນໄປໄດ້ ແລະ ກໍານົດອັນດັບຄວາມສຳຄັນຂອງຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ.

ບົດບາດຂອງໄອແອລເອັຟ

ໄອແອລເອັຟ ມີຄວາມສາມາດດ້ານການອອກວິສະວະກໍາຢ່າງດີ, ປະຫຍັດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປັນສິ່ງທີ່ຍອມຮັບຂອງສັງຄົມ, ແລະ ວິທີແກ້ໄຂທີ່ນຳໃຊ້ໄດ້ ເຊິ່ງອໍານວຍຄວາມສະດວກຄວາມເປັນໄປໄດ້ ແລະ ຄວາມຍືນຍົງຂອງແນວຄວາມຄິດ. ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຂອງ ໄອແອລເອັຟ ໄດ້ສະໜອງເຄື່ອງມືທີ່ມີຄຸນຄ່າ ເພື່ອສະຫນັບສະຫນູນລູກຄ້າໃນຂະບວນການຕັດສິນໃຈ ສໍາລັບການລົງທຶນໃນໂຄງການ.

ຜົນປະໂຫຍດຕໍ່ລູກຄ້າ

ໄອແອລເອັຟ ປະສົມປະສານຄວາມເປັນເລີດດ້ານວິສະວະກໍາ ກັບຄວາມເຂົ້າໃຈດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ, ເພື່ອພັດທະນາພື້ນຖານຄວາມໝັ້ນຄົງສໍາລັບການຕັດສິນໃຈຕໍ່ໄປ. ສໍາລັບຈຸດປະສົງນີ້ ໄອແອລເອັຟ ໄດ້ລວບລວມທີມງານໂຄງການຫຼາຍຂະແໜງ ທີ່ມີປະສົບການຫຼາຍກວ່າ 50 ປີ, ໃນດ້ານທຸລະກິດຂອງ ປົກປ້ອງພະລັງງານ ແລະ ສະພາບພູມອາກາດ, ນໍ້າ ແລະສິ່ງແວດລ້ອມ, ການຂົນສົ່ງແລະໂຄງສ້າງ ແລະ ນໍ້າມັນ, ແກ໊ດ ແລະ ຂະແໜງອຸດສະຫະກຳ.

pic_vormachbarbeit
pic_vormachbarbeit_2
Hello UptimeRobot