Australia

Czechia

Ecuador

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

Ukraine

United Arab Emirates

United Kingdom

Uzbekistan

ການປົກປ້ອງໂຄງສ້າງພື້ນຖານທີ່ສໍາຄັນ

pic_header_critical_infra_web

ການປົກປ້ອງໂຄງສ້າງພື້ນຖານທີ່ສໍາຄັນ

ຄວາມ​ປອດ​ໄພ​ທາງ​ດ້ານ​ຮ່າງ​ກາຍ, ຂໍ້​ມູນ​ ​ແລະ ​ການ​ດໍາ​ເນີນ​ງານ​ຂອງ​ໂຮງງານ​ອຸດ​ສາ​ຫະ​ກໍາ ​ຢູ່ພາຍໃຕ້ໄພຄຸກຄາມທີ່ຫຼາກຫຼາຍ. ການໂຈມຕີທີ່ຊັບຊ້ອນມັກຈະຂ້າມຜ່ານມາດຕະການຄວາມປອດໄພແບບດັ້ງເດີມ ແລະ ມີທ່າແຮງທີ່ຈະຂັດຂວາງຂະບວນການຜະລິດ, ເຮັດໃຫ້ເກີດການຮົ່ວໄຫຼ ຫຼື ປົນເປື້ອນຂອງຜະລິດຕະພັນ, ທໍາລາຍອຸປະກອນໃນຂະບວນການ ແລະ ເປັນອັນຕະລາຍຕໍ່ຊີວິດມະນຸດ. ມາດຕະການທາງເຕັກໂນໂລຢີ, ການບໍລິຫານ ຫຼື ການຈັດຕັ້ງທີ່ແຍກອອກມາ ບໍ່ສາມາດຢຸດການໂຈມຕີດັ່ງກ່າວໄດ້.

ບົດບາດຂອງໄອແອລເອັຟ

ແນວທາງແບບກົງລວມ ​ເປັນສິ່ງຈຳ​ເປັນ​ເພື່ອ​ປົກປ້ອງ​ລະ​ບົບ​, ການ​ກວດ​ສອບ​ການ​ໂຈມ​ຕີ​, ູຄົ້ນຫາການບຸກ​ລຸກ​, ການຫຼີກລ່ຽງໄພຄຸກຄາມ ​ແລະ ​ຟື້ນ​ຟູ​ການ​ດໍາ​ເນີນ​ງານ​ູຕາມປົກ​ກະ​ຕິ​. ວິທີການທີ່ຄອບຄຸມຂອງ ໄອແອລເອັຟ ກວມເອົາວົງຈອນຊີວິດຂອງໂຄງການທັງຫມົດ ແລະ ທຸກດ້ານຂອງລະບົບການຄຸ້ມຄອງຄວາມປອດໄພ, ລວມເຖິງການຮັກຄວາມປອດໄພທາງດ້ານຮ່າງກາຍ, ການອອກແບບທີ່ເຂັ້ມແຂງ ແລະ ຄວາມປອດໄພທາງອິນເຕີເນັດ.

ຜົນປະໂຫຍດຕໍ່ລູກຄ້າ

ອີງຕາມປະສົບການໃນໄລຍະຫ້າທົດສະວັດທີ່ຜ່ານມາ, ໄອແອລເອັຟ ແມ່ນຢູ່ໃນຖານະທີ່ຈະສະຫນັບສະຫນູນການພັດທະນາລະບົບການປົກປ້ອງທີ່ເຫມາະສົມ ສໍາລັບໂຄງສ້າງພື້ນຖານທີ່ສໍາຄັນປະເພດຕ່າງໆ. ການໃຊ້ແນວທາງແບບວິຊາການ, ໄອແອລເອັຟ ສາມາດນຳສະເຫນີການແກ້ໄຂທີ່ອອກແບບມາສະເພາະ, ທີ່ເຂັ້ມແຂງ ແລະ ສົມດູນ, ໂດຍຄໍານຶງເຖິງຄວາມຕ້ອງການຄວາມປອດໄພ ແລະ ຂໍ້ກຳນົດໃນການດໍາເນີນງານ.

ໄອແອລເອັຟ ໃຫ້ບໍລິການດ້ານການປົກປ້ອງໂຄງສ້າງພື້ນຖານທີ່ສໍາຄັນ ດັ່ງຕໍ່ໄປນີ້:

  • ການວິເຄາະ / ກວດສອບລະບົບ, ລວມເຖິງແງ່ມຸມຕ່າງໆຂອງການປ່ຽນແປງທາງດິຈິຕອນ
  • ການປະເມີນຄວາມສ່ຽງ ແລະ ອັນຕະລາຍ, ການວິເຄາະໄພຂົ່ມຂູ່
  • ສຶກສາການຄຸ້ມຄອງຄວາມຕໍ່ເນື່ອງທາງທຸລະກິດ
  • ການອອກແບບລະບົບຄວາມປອດໄພທາງດ້ານຮ່າງກາຍ
  • ຮັບປະກັນການອອກແບບລະບົບ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ (IT) /ເຕັກໂນໂລຢີປະຕິບັດງານ (OT) ທີ່ເຂັ້ມແຂງ ແລະ ປອດໄພ
  • ນຳໃຊ້ ແລະ ປັບປຸງລະບົບການຄຸ້ມຄອງຄວາມປອດໄພແບບປະສົມປະສານ, ແຜນຫຼັກການຮັກສາຄວາມປອດໄພ, ລະບົບການຄຸ້ມຄອງຊັບສິນ
  • ນິຍາມຂອງຂັ້ນຕອນການທົດສອບຢ່າງກວ້າງຂວາງ ສໍາລັບການແກ້ໄຂດ້ານຄວາມປອດໄພ
  • ສະໜັບສະໜູນການຝຶກອົບຮົມຜູ້ປະກອບການສໍາລັບລະບົບການຄຸ້ມຄອງຄວາມປອດໄພ
  • ການພັດທະນາແຜນຮັບມື ແລະ ຟື້ນຟູ
Resicilience_management_critical_infrastructure_graph
Hello UptimeRobot