Choose your Country

Australia

Czechia

Georgia

Kazakhstan

Laos/ປະເທດລາວ

Nigeria

Pakistan

Romania

Saudi-Arabia

Switzerland

Thailand

United Arab Emirates

United Kingdom

Uzbekistan

ບໍລິການໃຫ້ຄໍາປຶກສາດ້ານຄວາມຍືນຍົງ

pic_sustainability_header_1

ການວາງແຜນ, ຍຸດທະສາດ ແລະ ການປະເມີນແບບຍືນຍົງ

ໃນໄລຍະສັ້ນເຖິງໄລຍະກາງ, ແນວທາງປະຕິບັດຂອງອຸດສາຫະກໍາທັງຫມົດຈະຕ້ອງມີຄວາມຍືນຍົງຫຼາຍຂຶ້ນ. ນັ້ນຄືເຫດຜົນທີ່ຈຳເປັນຕ້ອງພັດທະນາຍຸດທະສາດສີຂຽວ ແລະ ແຜນປະຕິບັດງານແບບຍືນຍົງດ້ານທຸລະກິດພະລັງງານ, ນ້ຳ, ສິ່ງເສດເຫຼືອ, ການກໍ່ສ້າງ, ລວມເຖິງພື້ນຖານໂຄງສ້າງ ແລະ ທຸລະກິດຂົນສົ່ງ.

ບົດບາດຂອງໄອແອລເອັຟ

ໃນຂົງເຂດກິດຈະກໍາ, ໄອແອລເອັຟ ຊ່ວຍໃຫ້ທຸລະກິດຂອງລູກຄ້າເຕີບໂຕຢ່າງຍືນຍົງຕາມແນວທາງສາກົນ ແລະ ພັດທະນາໂຄງການແບບຍືນຍົງ. ສິ່ງນີ້ກ່ຽວຂ້ອງກັບການພັດທະນາຍຸດທະສາດທາງການຕະຫຼາດ, ການປະເມີນທາງເລືອກທີ່ຍືນຍົງໃນທົ່ວໂຄງການ ແລະ ວົງຈອນຊີວິດຜະລິດຕະພັນ, ກໍານົດການປ່ອຍຮ່ອງຮອຍກາກບອນ (carbon footprint), ການພັດທະນາຍຸດທະສາດ, ການຫຼຸດຜ່ອນຜົນກະທົບ ລວມເຖິງແນວຄວາມຄິດໃນການຫຼຸດຜ່ອນສິ່ງເສດເຫຼືອ ແລະ ແນວທາງ “cradle-to-cradle” ສໍາລັບການນໍາໃຊ້ວັດສະດຸ, ການນຳເອົາມາໃຊ້ອີກແບບຫມຸນວຽນ (recycling) ແລະ ການກໍາຈັດ.

ໄອແອລເອັຟ ຈະກວດສອບການດຳເນີນການຕາມແນວທາງປະຕິບັດແບບຍືນຍົງ ທັງໃນດ້ານຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ລວມເຖິງການປະເມີນຕົ້ນທຶນຕະຫຼອດອາຍຸການນຳໃຊ້ ເຊິ່ງແນະນໍາວິທີການແກ້ໄຂບັນຫາໄລຍະສັ້ນ ແລະ ໄລຍະຍາວ ໂດຍອີງໃສ່ສະຖານະການທີ່ທັນສະໄຫມ ແລະ ການພັດທະນາອຸດສາຫະກໍາໃນອະນາຄົດ.

ຜົນປະໂຫຍດຕໍ່ລູກຄ້າ

ບໍລິສັດສາທາລະນະ ຈະໄດ້ຮັບຜົນປະໂຫຍດຈາກຄວາມເປັນໄປໄດ້ໃນການພັດທະນາຍຸດທະສາດສີຂຽວ ສໍາລັບການຄຸ້ມຄອງພະລັງງານ, ການຂົນສົ່ງ, ນ້ໍາ ແລະ ສິ່ງເສດເຫຼືອ, ໃນຂະນະທີ່ນັກພັດທະນາ ແລະ ຜູ້ຮັບເຫມົາສາມາດໄດ້ຮັບຜົນປະໂຫຍດຈາກການເພີ່ມປະສິດທິພາບການເຮັດວຽກ, ທີ່ ໄອແອລເອັຟ ຈະກໍານົດໂດຍອີງຈາກການພັດທະນາເຕັກໂນໂລຢີໃນອະນາຄົດ, ນະໂຍບາຍສາກົນ ແລະ ແນວທາງປະຕິບັດອຸດສະຫະກຳທີ່ທັນສະໄຫມ. ໄອແອລເອັຟ ຈະປັບແຕ່ງການບໍລິການໃຫ້ຄໍາປຶກສາດ້ານຄວາມຍືນຍົງ ໃຫ້ສອດຄ່ອງກັບຂໍ້ກຳນົດສະເພາະຂອງໂຄງການ

pic_sustainability_grafik

ບໍລິການໃຫ້ຄໍາປຶກສາດ້ານຄວາມຍືນຍົງໂດຍທົ່ວໄປ ປະກອບດ້ວຍອົງປະກອບດັ່ງຕໍ່ໄປນີ້:

  • ຄວາມຍືນຍົງ, ຍຸດທະສາດສີຂຽວ ແລະ ແຜນການດຳເນີນງານ
  • ການວິເຄາະພະລັງງານ, ນ້ໍາ ແລະ ສິ່ງເສດເຫຼືອ ໃນລະຫວ່າງການດຳເນີນງານ
  • ແຜນການຄຸ້ມຄອງກາກບອນໃນລະຫວ່າງການການດຳເນີນງານ
  • ການປັບປຸງປະສິດທິພາບ ແລະ ການຊ່ວຍເຫຼືອດ້ານການອອກແບບຢ່າງສະຫຼາດ
  • ແຜນຍຸດທະສາດໃນການຈັດການສິ່ງເສດເຫຼືອ
  • ຍຸດທະສາດການຈັດຊື້ແບບຍືນຍົງ
  • ແນວທາງພັດທະນາແບບຍືນຍົງ
  • ການປະເມີນວົງຈອນຊີວິດ ແລະ ວິເຄາະຕົ້ນທຶນ
  • ການວິເຄາະຮ່ອງຮອຍສິ່ງແວດລ້ອມຂອງຜະລິດຕະພັນ ແລະ ອົງກອນ
  • ການວິເຄາະ ແລະ ການປັບປຸງກຸ່ມຜະລິດຕະພັນ
  • ການຄຸ້ມຄອງປະສິດທິພາບຄວາມຍືນຍົງແບບວິຊາການ
  • ບໍລິການໃຫ້ຄໍາປຶກສາດ້ານການວາງແຜນຜັງເມືອງແບບຍືນຍົງ ແລະ ການກໍ່ສ້າງສີຂຽວ
  • ການຝຶກອົບຮົມແນວທາງປະຕິບັດແບບຍືນຍົງ
Hello UptimeRobot